ໝວດໝູ່ທັງໝົດ
ຄູ່ມືການໃຊ້ງານ Duladoc

ເລີ່ມໃຊ້ Duladoc
ງ່າຍດາຍພຽງຮູ້ 4 ວິທີນີ້!

ຕັ້ງແຕ່ການສະໝັກໃຊ້, ອັບໂຫຼດເອກະສານ, ຕື່ມເງິນ ຈົນຮອດການຖອນເງິນ — ທຸກຢ່າງໃນທີ່ດຽວ

ສະໝັກບັນຊີ ອັບໂຫຼດເອກະສານ ເຕີມເງິນ ຖອນເງິນ

ວິທີສະໝັກບັນຊີ
(Register)

ສ້າງບັນຊີຟຣີ ເພື່ອເຂົ້າໃຊ້ງານ Duladoc ໃນທຸກອຸປະກອນ

1
ເຂົ້າເວັບໄຊທ໌ duladoc.com ກົດປຸ່ມ "ລົງທະບຽນ" ຢູ່ດ້ານຂວາເທິງ
2
ປະກອບຂໍ້ມູນພື້ນຖານໃສ່ແບບຟອມ ລະບຸ ອີເມວ, ລະຫັດຜ່ານ ແລະ ຊື່ user ຜູ້ໃຊ້ຂອງທ່ານ
3
ຢືນຢັນອີເມວ ກົດລິ້ງ Verify ທີ່ສົ່ງໄປທີ່ອີເມວຂອງທ່ານ
4
ເຂົ້າສູ່ລະບົບ ຕື່ມຂໍ້ມູນຊື່ usernane ແລະ Password ເພື່ອເລີ່ມໃຊ້ງານໄດ້ທັນທີ
ໃຊ້ອີເມວທີ່ໃຊ້ງານໄດ້ຈິງ ເພາະລະບົບຈະສົ່ງລິ້ງຢືນຢັນໄປທີ່ອີເມວນັ້ນ
1
ສ້າງບັນຊີໃໝ່
Create your free account
ຊື່ຜູ້ໃຊ້ (username)
ອີເມວ (email)
ລະຫັດຜ່ານ (password)
ສະໝັກໃຊ້ງານ ✓
ມີບັນຊີຢູ່ແລ້ວ? ເຂົ້າສູ່ລະບົບ
ລາກໄຟລ໌ ຫຼື ກົດເລືອກ
contract_2024.pdf ✓ ອັບໂຫຼດ
report_q1.pdf ✓ ອັບໂຫຼດ
2

ວິທີອັບໂຫຼດ
ເອກະສານ

ອັບໂຫຼດໄຟລ໌ PDF,word ຂອງທ່ານ ເພື່ອນຳໄປຂາຍໃນ Marketplace ຫຼືໃຊ້ງານສ່ວນຕົວ

1
ໄປທີ່ປຸ່ມ "ຝາກເອກະສານ" ຢູ່ດ້ານຂວາເທິງ ຫຼື ເຂົ້າໄປ My Account ແລ້ວກົດປຸ່ມ "ອັບໂຫຼດເອກະສານ"
2
ເລືອກໄຟລ໌ ຫຼື ລາກໄຟລ໌ວາງ ຮອງຮັບ PDF,word ແລະ ອື່ນໆ ຂະໜາດສູງສຸດ 100 MB
3
ແນບໄຟລ໌ PDF ສຳລັບພລີວິວ ຮອງຮັບ .pdf ເທົ່ານັ້ນ (ສູງສຸດ 32MB)
4
ຕື່ມຂໍ້ມູນເອກະສານ ຊື່, ລາຍລະອຽດ, ໝວດໝູ່, ຮູບພາບໜ້າປົກ, ຈຳນວນໜ້າ ແລະ ລາຄາ
5
ກົດ "ອັບໂຫຼດເອກະສານ" ເພື່ອໃຫ້ຜູ້ອື່ນຊື້ໄດ້ ເອກະສານຈະສະແດງໃນ Marketplace ທັນທີ
ສິ່ງທີ່ຄວນກະກຽມກ່ອນອັບໂຫຼດໄຟຣມີ 1.ໄຟລ໌ທີ່ໃຫ້ລູກຄ້າດາວໂຫຼດ 2.ໄຟລ໌ທີ່ຈະໄປ preview (ຕ້ອງເປັນ PDF ຂະໜາດບໍ່ເກີນ 32 MB ເທົ່ານັ້ນ) 3.ຮູບພາບໜ້າປົກ
ຕັ້ງລາຄາທີ່ເຫມາະສົມ ເອກະສານທີ່ມີຂໍ້ມູນຄົບຖ້ວນຈະຂາຍໄດ້ໄວກວ່າ

ວິທີຕື່ມເງິນ
ເຂົ້າກະເປົ໋າ

ຕື່ມເງິນເຂົ້າ Duladoc Wallet ເພື່ອຊື້ເອກະສານ ຫຼື ທຸລະກຳຕ່າງໆ

1
ໄປທີ່ "ກະເປົ໋າເງິນ" (Wallet) ຄົ້ນຫາໃນ My Account ຫຼື ເມນູດ້ານຂວາເທິງ ແລ້ວກົດປຸ່ມ "Dashboard"
2
ກົດປຸ່ມ "ຕື່ມເງິນ" ແລ້ວເລືອກຈຳນວນ ເຊັ່ນ: 50,000 ກີບ, 100,000 ກີບ ຫຼື ກຳໜົດເອງ
3
ເລືອກຮູບພາບສະລິບການໂອນ ເປັນຮູບພາບທີ່ທ່ານໄດ້ ແຄັບຮູບການໂອນໄວ້ແລ້ວ ກົດເພື່ອອັບໂຫຼດໃສ່ຊ່ອງນີ້ ຈາກນັ້ນກົດປຸ່ມ "ສົ່ງຄຳຂໍ"
4
ສຳເລັດ — ເງິນເຂົ້ານຳໃຊ້ໄດ້ທັນທີ ກວດຍອດໄດ້ທີ່ໜ້າ Wallet ໂດຍກົງໄດ້ເລີຍ
ໃຫ້ຖ່າຍຮູບໃບໂອນໄວ້ ແລ້ວສົ່ງຫາ Admin ໃນກໍລະນີທີ່ເງິນບໍ່ເຂົ້າພາຍໃນ 30 ນາທີ
3
ຍອດຄົງເຫຼືອ
250,000 ກີບ
ເລືອກຈຳນວນ
50,000 ກ
100,000 ກ ✓
200,000 ກ
500,000 ກ
ເຕີມເງິນ →
ເລືອກທະນາຄານ
ທຄ ການຄ້າ (BCEL) xxxx-xxxx-1234
ທຄ ພັດທະນາລາວ xxxx-xxxx-5678
ຈຳນວນຖອນ
100,000 ກີບ
ຍື່ນຄຳຂໍຖອນ →
4

ວິທີຖອນເງິນ
ອອກຈາກກະເປົ໋າ

ຖອນລາຍໄດ້ຈາກການຂາຍເອກະສານ ໄປຍັງບັນຊີທະນາຄານຂອງທ່ານ

1
ໄປທີ່ "ກະເປົ໋າ" → "ຖອນເງິນ" ກວດຍອດທີ່ສາມາດຖອນໄດ້ກ່ອນ
2
ຈຳນວນເງິນທີ່ຕ້ອງການຖອນ ເຊັ່ນ: ຂັ້ນຕ່ຳ 50,000 ກີບ, 100,000 ກີບ ຫຼື ກຳໜົດເອງ
3
ກຳໜົດຈຳນວນທີ່ຕ້ອງການຖອນ ຈຳນວນຂັ້ນຕ່ຳ 50,000 ກີບ
4
ເລືອກທະນາຄານ BCEL, LDB, ທຫ ການຄ້າ, APB ຫຼື ອື່ນໆ
5
ໃສ່ເລກບັນຊີ ແລະ ຊື່ບັນຊີ ກະລຸນາລະບຸເລກບັນຊີ ແລະ ຊື່ບັນຊີທະນາຄານໃຫ້ຖືກຕ້ອງ
6
ໃສ່ QR Code ບັນຊີທະນາຄານ ກະລຸນາລະບຸ QR Code ບັນຊີທະນາຄານເພື່ອໂອນເງິນເຂົ້າ QR Code ບັນຊີທະນາຄານຕ້ອງຕົງກັບ ເລກບັນຊີ ແລະ ຊື່ບັນຊີ ທີ່ລະບຸຂ້າງເທິງເທົ່ານັ້ນ
7
ລໍຖ້າ Admin ອະນຸມັດ (24 ຊົ່ວໂມງ) ຮັບການແຈ້ງເຕືອນທາງອີເມວ ເມື່ອໂອນສຳເລັດ
ກວດໃຫ້ຖືກຕ້ອງວ່າເລກບັນຊີ ແລະ ຊື່ທະນາຄານຖືກຕ້ອງ ກ່ອນຍື່ນຄຳຂໍ

ຄຳຖາມທີ່ພົບຫຼາຍ

ການສະໝັກໃຊ້ Duladoc ມີຄ່າໃຊ້ຈ່າຍບໍ?
ບໍ່ມີ — ການສ້າງບັນຊີ ແລະ ການໃຊ້ງານພື້ນຖານຟຣີທັງໝົດ ລາຍໄດ້ຈາກຄ່ານາຍໜ້າ (Commission) ຈຶ່ງຈະຖືກຫັກກໍ່ຕໍ່ເມື່ອທ່ານຂາຍເອກະສານໄດ້ເທົ່ານັ້ນ
ອັບໂຫຼດໄຟລ໌ຫຍັງໄດ້ແດ່?
ຮອງຮັບໄຟລ໌ PDF,word,Exel,powerpoint ແລະ ອື່ນໆ... ຂະໜາດໄຟລ໌ສູງສຸດ 100 MB ຕໍ່ 1 ເອກະສານ ອັບໂຫຼດໄດ້ຫຼາຍຄັ້ງບໍ່ຈຳກັດ
ຊຳລະເງິນດ້ວຍ BCEL One ໄດ້ບໍ?
ໄດ້ — ທ່ານສາມາດໂອນຜ່ານ BCEL One, OnePay ຫຼື ໂອນທຳມະດາຜ່ານທຸກທະນາຄານລາວ ຫຼັງໂອນ ກະລຸນາສົ່ງ Slip ຫາ Admin ເພື່ອຢືນຢັນ
ຖ້າຊື້ເອກະສານແລ້ວ ດາວໂຫຼດໄດ້ຄັ້ງດຽວບໍ?
ບໍ່ — ຫຼັງຊື້ສຳເລັດທ່ານດາວໂຫຼດໄດ້ 5 ຄັ້ງ ໄຟລ໌ຈະບັນທຶກໃນ "ເອກະສານຂອງຂ້ອຍ" ໃນ Dashboard ຂອງທ່ານຕະຫຼອດໄປ